Build Dreams Foundation

ປະຫວັດຄວາມເປັນມາ

ມູນນິທິສ້າງຝັນ ແລະ ບໍລິສັດ ຄວິກ ເອັນເຕີພາຍ ຮ່ວມມືກັນ ເພື່ອນຳຄວາມຮູ້ດ້ານມາດຕະຖານສາກົນ ດ້ານບັນຊີ ແລະ ການກວດສອບບັນຊີ ໄປເຖິງຄົນລາວທົ່ວປະເທດ.

History — Build Dreams Foundation and Quick Enterprise partner to bring international accounting and auditing standards to people across Lao PDR.

ມູນນິທິສ້າງຝັນBuild Dreams Foundation (Sang Fan Foundation · SFF)

ມູນນິທິສ້າງຝັນ ເກີດຂຶ້ນຈາກແນວຄິດຂອງ ທ່ານ ຫັດສະດີ ດວງບຸບຜາ ນັກທຸລະກິດ ແລະ ຜູ້ກໍ່ຕັ້ງ ທີ່ຕ້ອງການໃຫ້ຄົນລາວທີ່ດ້ອຍໂອກາດ ແລະ ທຸກຍາກ ໄດ້ເຂົ້າເຖິງການສຶກສາທີ່ດີ. ມູນນິທິ ເຄື່ອນໄຫວທົ່ວປະເທດ ໃນ 3 ຂະແໜງ: ສຶກສາທິການ ແລະ ກິລາ; ກະສິກຳ ແລະ ສິ່ງແວດລ້ອມ; ແຮງງານ ແລະ ສະຫວັດດີການສັງຄົມ.

The Foundation grew from the vision of its founder, entrepreneur Mr. Hatsady Douangboupha, that poor and disadvantaged Lao people should have access to good education. It works nationwide in three sectors: education and sports; agriculture and environment; and labour and social welfare.

ຈຸດປະສົງຂອງມູນນິທິPurposes of the Foundation

📚 ການສຶກສາ

ສົ່ງເສີມຜູ້ດ້ອຍໂອກາດ ແລະ ຜູ້ທີ່ທຸກຍາກ ໃຫ້ເຂົ້າເຖິງການສຶກສາທີ່ດີ.

Help disadvantaged and poor people access good education.

🤝 ຊ່ວຍເຫຼືອຜູ້ປະສົບໄພ

ຊ່ວຍເຫຼືອບຸກຄົນ ຫຼື ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ເຊັ່ນ: ໄພນ້ຳຖ້ວມ, ໄພແຫ້ງແລ້ງ.

Support people and families affected by floods, droughts and other disasters.

🌾 ຊີວິດການເປັນຢູ່

ສົ່ງເສີມການພັດທະນາຊີວິດການເປັນຢູ່ຂອງຊຸມຊົນ: ປູກຝັງ, ລ້ຽງສັດ, ກຸ່ມຜະລິດ.

Improve community livelihoods: farming, livestock and producer groups.

🏛 ວັດທະນະທຳ

ອະນຸລັກວັດທະນະທຳອັນດີງາມ ແລະ ຮີດຄອງປະເພນີ ຂອງຊຸມຊົນ.

Preserve national culture and community traditions.

🌳 ສິ່ງແວດລ້ອມ

ຫຼຸດຜ່ອນສິ່ງເສດເຫຼືອ, ປູກໄມ້ທົດແທນ ແລະ ປຸກຈິດສຳນຶກຮັກສາສິ່ງແວດລ້ອມ.

Reduce waste, replant forests and raise environmental awareness.

ຄະນະບໍລິຫານBoard of Directors · ວາລະ 02/2026 – 02/2031

ທ່ານ ຫັດສະດີ ດວງບຸບຜາປະທານ · President
ທ່ານ ປອ. ບຸນຊູ ໄຊຊະນະຮອງປະທານ · Vice President
ທ່ານ ໄມພອນ ເຢ່ຍສະຫວັນທອງກຳມະການ · Board Member

ບໍລິສັດ ຄວິກ ເອັນເຕີພາຍ ພັດທະນາຊອບແວ ຈຳກັດຜູ້ດຽວQuick Enterprise Software Development Sole Co., Ltd.

ບໍລິສັດ ຄວິກ ເອັນເຕີພາຍ ພັດທະນາຊອບແວ ຈຳກັດຜູ້ດຽວ ແມ່ນວິສາຫະກິດລາວ ທີ່ສ້າງຕັ້ງຂຶ້ນວັນທີ 17/07/2025 ຕາມໃບທະບຽນວິສາຫະກິດ ເລກທີ 068436/ຈທວ. ບໍລິສັດ ພັດທະນາໂປຣແກຣມບັນຊີ ແລະ ການກວດສອບ ເຊັ່ນ: Quick Enterprise, Quick Audit Workflow, Quick State, Quick Microfinance ແລະ Quick Project.

Quick Enterprise Software Development Sole Co., Ltd. is a Lao enterprise established on 17 July 2025 (Enterprise Registration No. 068436). It develops accounting and audit software such as Quick Enterprise, Quick Audit Workflow, Quick State, Quick Microfinance and Quick Project.

ການຮ່ວມມືສ້າງຫຼັກສູດ: ລະບົບຝຶກອົບຮົມອອນລາຍ Quick Academy ແລະ ຫຼັກສູດການຮຽນການສອນທັງໝົດ ແມ່ນຜົນງານຂອງການຮ່ວມມືກັນ ລະຫວ່າງ ມູນນິທິສ້າງຝັນ ແລະ ບໍລິສັດ ຄວິກ ເອັນເຕີພາຍ ພັດທະນາຊອບແວ ຈຳກັດຜູ້ດຽວ. ສອງອົງກອນ ໄດ້ຮ່ວມກັນສ້າງ 16 ຫຼັກສູດ ເປັນພາສາລາວ ແລະ ພາສາອັງກິດ ພ້ອມສຽງບອກເລົ່າ, ສະໄລ, ຄູ່ມື, ຄັງຂໍ້ສອບ ແລະ ໃບຢັ້ງຢືນທີ່ກວດສອບໄດ້ດ້ວຍ QR code.
Course development partnership: the Quick Academy platform and all its courses are the joint work of Build Dreams Foundation and Quick Enterprise Software Development Sole Co., Ltd. Together the two organisations created 16 courses in Lao and English, with narrated lessons, slides, manuals, question banks and QR-verifiable certificates.

📍 ຊັ້ນ 4, ໂຊນ A, ອາຄານ The Iconic, ຫ້ອງ 11, ຖະໜົນໂພນໄຊ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ · 📱 (856 20) 99111244, 99111245 · ✉ info@quick-enterprise.la · 🌐 www.quick-enterprise.la

ຄວາມເປັນມາຂອງການຮ່ວມມືHow the partnership began

ມູນນິທິສ້າງຝັນ

ມີພາລະກິດດ້ານການສຶກສາ ແຕ່ຍັງບໍ່ມີເຄື່ອງມືສອນ ແລະ ເນື້ອຫາວິຊາຊີບ.

Has an education mission, but no teaching platform or professional content.

ບົດບາດ: ອອກໃບຢັ້ງຢືນ, ຄັດເລືອກຜູ້ໄດ້ທຶນ, ປະຊາສຳພັນ.

+

ບໍລິສັດ ຄວິກ ເອັນເຕີພາຍ

ມີເນື້ອຫາ ແລະ ລະບົບສອນພ້ອມແລ້ວ ແຕ່ຕ້ອງການຄູ່ຮ່ວມມືທີ່ບໍ່ຫວັງຜົນກຳໄລ ເພື່ອໄປເຖິງຜູ້ດ້ອຍໂອກາດ.

Has content and a platform, and needs a non-profit partner to reach people without opportunity.

ບົດບາດ: ສະໜອງເນື້ອຫາ, ລະບົບ, ອາຈານ ແລະ ລາຍງານ.

ວັດຖຸປະສົງ: ຍົກລະດັບຄວາມຮູ້ຄວາມສາມາດ ຂອງນັກສຶກສາລາວ, ຜູ້ດ້ອຍໂອກາດ ແລະ ທຸລະກິດຢູ່ລາວ ໃຫ້ສາມາດນຳໃຊ້ບັນດາມາດຕະຖານສາກົນ ດ້ານບັນຊີ ແລະ ດ້ານການກວດສອບບັນຊີ.
Objective: to raise the knowledge and capability of Lao students, disadvantaged people and businesses in Lao PDR to apply international accounting and auditing standards.
16ຫຼັກສູດ · courses
218ຊົ່ວໂມງ · hours
4ໝວດວິຊາ · programme groups
09/11/2026ເລີ່ມສອນ · teaching starts

ເບິ່ງຫຼັກສູດທັງໝົດ ກວດໃບຢັ້ງຢືນ

ເອກະສານອີງ: ດຳລັດ 535/ລບ (18/08/2025) · ຂໍ້ຕົກລົງ 372, 373, 374/ຄຈສພ (25/02/2026) · ໃບທະບຽນມູນນິທິ 132/ພລ (25/05/2026) · ຂໍ້ຕົກລົງ 710/ຄຈສພ (28/05/2026) · ໃບທະບຽນວິສາຫະກິດ 068436/ຈທວ (ປ່ຽນແປງຄັ້ງທີ 1, 09/10/2026).