
🎓 ຂໍທຶນການສຶກສາ
ມູນນິທິສ້າງຝັນ ສະໜອງທຶນການສຶກສາແບບບໍ່ເສຍຄ່າ ໃຫ້ແກ່ນັກຮຽນ, ນັກສຶກສາ ແລະ ຜູ້ທີ່ຂາດໂອກາດໃນການສືບຕໍ່ການສຶກສາ ເພື່ອເຂົ້າຮ່ວມການຝຶກອົບຮົມຫຼັກສູດຕ່າງໆ ຂອງ Quick Academy.
Build Dreams Foundation provides fully funded places for students and those who lack the opportunity to continue their education.
1. ການຍື່ນຄຳຮ້ອງປະກອບແບບຟອມ ແລະ ຄັດຕິດເອກະສານ
2. ການພິຈາລະນາມູນນິທິ ຈະພິຈາລະນາ ແລະ ຕິດຕໍ່ກັບຄືນ ພາຍໃນ 7 ວັນລັດຖະການ
3. ການແຈ້ງຜົນຜົນການພິຈາລະນາ ຈະແຈ້ງໄວ້ຢູ່ໜ້ານີ້
4. ການເຂົ້າຮຽນຜູ້ໄດ້ຮັບທຶນ ຈະໄດ້ຮັບການເປີດຫ້ອງຮຽນໂດຍອັດຕະໂນມັດ ໂດຍບໍ່ເສຍຄ່າ
📋 ເງື່ອນໄຂ ແລະ ຂໍ້ກຳນົດຂອງທຶນການສຶກສາ · Scholarship Terms and Conditions
1. ຄຸນສົມບັດຂອງຜູ້ສະໝັກ · Eligibility criteria
- ເປັນຜູ້ທີ່ສຳເລັດການສຶກສາຊັ້ນມັດທະຍົມຕອນຕົ້ນ ຫຼື ມັດທະຍົມຕອນປາຍ, ເປັນນັກຮຽນຢູ່ວິທະຍາໄລ, ນັກສຶກສາຢູ່ມະຫາວິທະຍາໄລ ຫຼື ເປັນຜູ້ທີ່ສຳເລັດການສຶກສາແລ້ວ ແຕ່ຍັງບໍ່ທັນມີວຽກເຮັດງານທຳ;
Has completed lower- or upper-secondary education, is enrolled at a college or university, or has graduated and is not yet employed; - ເປັນຜູ້ທີ່ຂາດໂອກາດໃນການສືບຕໍ່ການສຶກສາ;
Lacks the opportunity to continue his or her education; - ເປັນພົນລະເມືອງລາວ ຫຼື ຜູ້ທີ່ດຳລົງຊີວິດຢູ່ ສປປ ລາວ.
Is a Lao citizen or a resident of the Lao PDR.
2. ເອກະສານປະກອບຄຳຮ້ອງ · Required documents
- ແບບຟອມຄຳຮ້ອງ ທີ່ປະກອບຄົບຖ້ວນ;
A completed application form; - ໃບຢັ້ງຢືນຊີວະປະຫວັດ ທີ່ໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານ ບ່ອນທີ່ຜູ້ສະໝັກດຳລົງຊີວິດຢູ່ໃນປັດຈຸບັນ.
A personal history certified by the village administration of the applicant's current place of residence.
3. ຫຼັກເກນການຄັດເລືອກ · Selection criteria
- ຄວາມຈຳເປັນ ແລະ ສະພາບເສດຖະກິດຂອງຄອບຄົວ; · Financial need;
- ຄວາມຕັ້ງໃຈ ແລະ ແຜນການນຳໃຊ້ຄວາມຮູ້ ພາຍຫຼັງສຳເລັດການຝຶກອົບຮົມ; · Motivation and plan for applying the knowledge;
- ຄວາມຄົບຖ້ວນ ແລະ ຄວາມຖືກຕ້ອງຂອງເອກະສານ. · Completeness and accuracy of the application.
4. ສິ່ງທີ່ທຶນສະໜອງໃຫ້ · Scholarship coverage
- ຍົກເວັ້ນຄ່າຮຽນ 100% ສຳລັບຫຼັກສູດທີ່ໄດ້ຮັບອະນຸມັດ; · Full tuition waiver for the approved course;
- ສິດເຂົ້າສອບເສັງ 3 ຄັ້ງ ແລະ ໃບຢັ້ງຢືນການຝຶກອົບຮົມ ເມື່ອສອບເສັງໄດ້ຄະແນນເກີນ 50%. · Three examination attempts and a certificate for a score above 50%.
5. ພັນທະຂອງຜູ້ໄດ້ຮັບທຶນ · Obligations of recipients
- ຕ້ອງຮຽນ ແລະ ສອບເສັງໃຫ້ສຳເລັດ ພາຍໃນໄລຍະເວລາທີ່ກຳນົດ; · Complete the course and examination within the set period;
- ຖ້າກວດພົບວ່າ ຂໍ້ມູນ ຫຼື ເອກະສານບໍ່ຖືກຕ້ອງ ມູນນິທິ ມີສິດຍົກເລີກທຶນ ແລະ ໃບຢັ້ງຢືນ. · False information or documents lead to withdrawal of the scholarship and certificate.
ການຕັດສິນຂອງຄະນະພິຈາລະນາ ຂອງມູນນິທິສ້າງຝັນ ຖືເປັນທີ່ສຸດ. · The decision of the Build Dreams Foundation review committee is final.
ກະລຸນາ ເຂົ້າສູ່ລະບົບ ຫຼື ສະໝັກສະມາຊິກ ກ່ອນ ເພື່ອຍື່ນຄຳຮ້ອງຂໍທຶນ ແລະ ຕິດຕາມຜົນ.
Please sign in or create an account first to apply and follow your application.